LBO Company Limited
enປຶກສາຟຣີ
ໜ້າຫຼັກກ່ຽວກັບ LBOບໍລິການຂະແໜ່ງທຸລະກິດInsightsSoftwareສະໝັກວຽກດາວໂຫຼດກິດຈະກຳ LBOຕິດຕໍ່
LBO Company Limited

ທີ່ປຶກສາ ແລະ ກວດສອບບັນຊີ-ການເງິນ ໃຫ້ທຸລະກິດລາວເຕີບໂຕຢ່າງຖືກຕ້ອງ

LBO Company Limited

ບໍລິການ

  • ບໍລິການ
  • LBO Accounting
  • Case Studies
  • ສະໝັກວຽກ
  • ດາວໂຫຼດ
  • ກິດຈະກຳ LBO

ຕິດຕໍ່

  • Thirakul@hotmail.com
  • Tel: 020 5611 0372
  • WhatsApp: 020 5611 0372
  • ຈັນ–ສຸກ: 08:30 – 17:30
  • ສາຂາ ບ້ານວຽງຄຳ
    ບ້ານ ວຽງຄຳ, ເມືອງ ສີໂຄດຕະບອງ, ແຂວງ ນະຄອນຫຼວງວຽງຈັນ
  • ສາຂາ ບ້ານ ຫ້ວຍຫົງ
    ບ້ານ ຫ້ວຍຫົງ, ເມືອງ ສີໂຄດຕະບອງ, ແຂວງ ນະຄອນຫຼວງວຽງຈັນ

© LBO Company Limited. ສະຫງວນລິຂະສິດ.

ນະໂຍບາຍຄວາມເປັນສ່ວນຕົວ

LBO Assistant

ຖາມກ່ຽວກັບບໍລິການ, ໜ້າເວັບ ແລະຂໍ້ມູນ LBO — ບໍ່ແມ່ນຄຳແນະນຳກົດໝາຍ

ຖາມກ່ຽວກັບບໍລິການ, ໜ້າເວັບ ແລະຂໍ້ມູນ LBO — ບໍ່ແມ່ນຄຳແນະນຳກົດໝາຍ

ສົນທະນາກັບທີມງານ →
← ບໍລິການຂອງພວກເຮົາ

ຫຼັກສູດການຝຶກອົບຮົມດ້ານການບັນຊີ ແລະ ການເງິນ

ຫຼັກສູດທາງປະຕິບັດຈາກທີມ LBO — IFRS, ທຸລະກິດເລີ່ມຕົ້ນ, ອາກອນ, ກະແສເງິນສົດ, ຄວບຄຸມພາຍໃນ ແລະ ກຽມກວດສອບ

1. ການຈັດຕັ້ງປະຕິບັດ ແລະ ປັບໃຊ້ standard IFRS ຄັ້ງທຳອິດ (First-Time Adoption of IFRS)

ແນະນຳຂັ້ນຕອນ ແລະ ເຕັກນິກການຫັນປ່ຽນງົບການເງິນຈາກ standard ການບັນຊີທ້ອງຖິ່ນ (LAS) ໄປສູ່ standard IFRS ຫຼື IFRS for SMEs ເປັນຄັ້ງທຳອິດ ຢ່າງມີປະສິດທິພາບ.

ຕົວຢ່າງ: ການປັບປຸງຍອດຍົກມາ, ການປະເມີນມູນຄ່າຍຸດຕິທຳ (Fair Value) ຂອງຊັບສິນ, ແລະ ການຈັດຮູບແບບງົບການເງິນຄືນໃໝ່ຕາມມາດຕະຖານ IFRS 1.

2. ການບັນຊີ ແລະ ການເງິນສຳລັບການເລີ່ມຕົ້ນທຸລະກິດ (Financial & Accounting Setup for Startups)

ປູພື້ນຖານການຈັດຕັ້ງລະບົບການບັນຊີ, ການວາງແຜນເງິນທຶນ, ແລະ ການຄຸ້ມຄອງລາຍຮັບ-ລາຍຈ່າຍ ສຳລັບທຸລະກິດທີ່ເກີດໃໝ່ໃຫ້ຖືກຕ້ອງຕາມກົດໝາຍ.

ຕົວຢ່າງ: ການເລືອກໃຊ້ໂປຣແກຣມບັນຊີ, ການຈັດໂຄງສ້າງຜັງບັນຊີ (Chart of Accounts), ແລະ ການຄິດໄລ່ຈຸດກຸ້ມທຶນ (Break-even Analysis) ກ່ອນເປີດກິດຈະການ.

3. ການປັບໂຄງສ້າງທຶນຂອງບໍລິສັດ (Corporate Capital Restructuring)

ເຕັກນິກການຈັດໂຄງສ້າງການເງິນ, ໂຄງສ້າງໜີ້ສິນ ແລະ ທຶນ ເພື່ອເພີ່ມສະພາບຄ່ອງ, ຫຼຸດຕົ້ນທຶນການເງິນ ຫຼື ກຽມຄວາມພ້ອມໃນການຂະຫຍາຍທຸລະກິດ.

ຕົວຢ່າງ: ການແປງໜີ້ເປັນທຶນ (Debt-to-Equity Swap), ການເພີ່ມ/ຫຼຸດທຶນຈົດທະບຽນ, ແລະ ການຈັດສັນໂຄງສ້າງຜູ້ຖືຮຸ້ນ.

4. ການບໍລິຫານ ແລະ ປະເມີນຄວາມສ່ຽງດ້ານພາສີ (Tax Compliance & Risk Management)

ຄວາມເຂົ້າໃຈກ່ຽວກັບກົດໝາຍພາສີອາກອນ, ພາສີມູນຄ່າເພີ່ມ (VAT), ພາສີລາຍໄດ້ອົງກອນ, ແລະ ການວາງແຜນພາສີຢ່າງຖືກຕ້ອງຕາມກົດໝາຍ.

ຕົວຢ່າງ: ການກວດສອບເອກະສານຢັ້ງຢືນລາຍຈ່າຍເພື່ອໃຫ້ສາມາດຫັກອາກອນໄດ້ ແລະ ການຄິດໄລ່ພາສີເງິນດຳເນີນງານທ້າຍປີ.

5. ການວິເຄາະ ແລະ ການບໍລິຫານກະແສເງິນສົດ (Cash Flow & Liquidity Management)

ເຕັກນິກການຄຸ້ມຄອງເງິນສົດໝູນວຽນ ເພື່ອຮັບປະກັນວ່າທຸລະກິດມີສະພາບຄ່ອງພຽງພໍ ແລະ ບໍ່ປະເຊີນບັນຫາຂາດເງິນສົດຊົ່ວຄາວ.

ຕົວຢ່າງ: ການຈັດເຮັດງົບກະແສເງິນສົດລ່ວງໜ້າ 12 ເດືອນ ແລະ ການຄຸ້ມຄອງໄລຍະເວລາການເກັບໜີ້ (AR) - ຈ່າຍໜີ້ (AP).

6. ການກວດສອບພາຍໃນ ແລະ ການຄວບຄຸມພາຍໃນ (Internal Auditing & Internal Control Systems)

ການສ້າງ ແລະ ປະເມີນລະບົບຄວບຄຸມພາຍໃນຕາມມາດຕະຖານ COSO ເພື່ອປ້ອງກັນການຮົ່ວໄຫຼ, ການທຸຈິດ, ແລະ ເພີ່ມປະສິດທິພາບໃນການດຳເນີນງານ.

ຕົວຢ່າງ: ການອອກແບບໃບກວດເຊັກການອະນຸມັດຈ່າຍເງິນ (Approval Matrix) ແລະ ການປະເມີນຄວາມສ່ຽງຂອງຂະບວນການຈັດຊື້-ຈັດຈ້າງ.

7. ການກວດສອບງົບການເງິນ ແລະ ການຄຸ້ມຄອງຄວາມສ່ຽງ (Financial Statement Auditing & Enterprise Risk Management)

ເຕັກນິກການກວດສອບງົບການເງິນຕາມມາດຕະຖານການກວດສອບ (ISA) ແລະ ການລະບຸ, ປະເມີນ, ແລະ ຮັບມືກັບຄວາມສ່ຽງທາງທຸລະກິດ (ERM).

ຕົວຢ່າງ: ການສຸ່ມຕົວຢ່າງເອກະສານບັນຊີ (Audit Sampling), ການຢືນຢັນຍອດໜີ້ກັບທະນາຄານ/ລູກຄ້າ, ແລະ ການສ້າງຕາຕະລາງປະເມີນຄວາມສ່ຽງ (Risk Matrix).

ເຝິກອົບໂຮມອອນໄລນ

ຫຼັງເບິ່ງຫຼັກສູດຂ້າງເທິງແລ້ວ ທ່ານສາມາດເລີ່ມເຝິກອົບໂຮມອອນໄລນ LBO — ຄລິບສັ້ນໆ ກ່ຽວກັບ VAT, ກຽມເອກະສານກວດສອບ, onboarding ແລະອື່ນໆ. ຕ້ອງລົງທະບຽນ ແລະລໍ LBO ຢືນຢັນກ່ອນເບິ່ງວິດີໂອ.

  • ເບິ່ງວິດີໂອເຝິກອົບໂຮມອອນໄລນ
  • ສະໝັກລົງທະບຽນ ແລະລໍທີມ LBO ຢືນຢັນ
  • ເຂົ້າຫ້ອງສອນສົດເມື່ອ LBO ເປີດ
  • ຂໍ training ແບບກຳນົດເອງສຳລັບບໍລິສັດ — ນັດປຶກສາ

ຄຳອະທິບາຍຫຼັກສູດເປັນຂໍ້ມູນທົ່ວໄປກ່ຽວກັບຫົວຂໍ້ຝຶກອົບຮົມຂອງ LBO ບໍ່ແມ່ນຄຳແນະນຳກົດໝາຍ, ອາກອນ ຫຼື ບັນຊີ ສຳລັບກໍລະນີສະເພາະ. ຫຼັກສູດອາດຖືກປັບປຸງເປັນແຕ່ລະໄລຍະ.

ພ້ອມເລີ່ມເຝິກອົບໂຮມອອນໄລນ?

ເປີດປະຕູເຝິກອົບໂຮມເພື່ອລົງທະບຽນ ຫຼື ເຂົ້າລະບົບ — ຫຼືນັດປຶກສາຟຣີສຳລັບ training ແບບກຳນົດເອງ

ເລີ່ມເຝິກອົບໂຮມນັດປຶກສາ